• ກ່ຽວກັບພວກເຮົາ
  • ບໍລິສັດວຽງຈັນເຊັນເຕີລາວມະຫາຊົນ

  • 2020-08-23 15:16:44   ອ່ານແລ້ວຈັກຄັ້ງ: 1159   ຂະໜາດຕົວອັກສອນ : ຂະໜາດຕົວອັກສອນໃຫຍ່   ຂະໜາດຕົວອັກສອນລະດັບກາງ   ຕົວອັກສອນນ້ອຍ
  • ບໍລິສັດ ວຽງຈັນເຊັນເຕີ ລາວ ມະຫາຊົນ ສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 30 ພະຈິກ 2017 ໂດຍບໍລິສດພັດທະນາສູນເສດຖະກິດການຄ້າຄົບວົງຈອນໜອງຈັນຕ່ອນເໜືອຈຳກັດທີ່ຮ່ວມກັນສ້າງຕັ້ງຂຶ້ນລະຫວ່າງກຸ່ມບໍລິສັດກໍ່ສ້າງລົງທຶນແລະ ຖືຮຸ້ນແຂວງຢຸນນານ ຈຳກັດ ແລະ ກຸ່ມບໍລິສັດ ກຣິດຕະພົງ ຈຳກັດ. ບໍລິສັດໄດ້ສຳເລັດການຈົດທະບຽນໃນຕະຫຼາດຫຼັກຊັບລາວຢ່າງເປັນທາງການໃນ ວັນທີ 31 ພຶດສະພາ 2019 (ຊື່ຫຼັກຊັບVCL), ທຶນຈົດທະບຽນໃນປະຈຸບັນແມ່ນ 147,199,900,000 ກີບ.

    ກິດຈະການຫຼັກຂອງບໍລິສັດແມ່ນພັດທະນາອະສັງຫາລິມະຊັບສະເພາະດ້ານປະເພດອາຄານເພື່ອໃຫ້ເຊົ່າ-ຂາຍ,ທຸລະກິດຂອງບໍລິສັດວຽງຈັນເຊັນເຕີລາວມະຫາຊົນປະກອບດ້ວຍການເກັບຄ່າເຊົ່າພື້ນທີ່ໃນສູນການຄ້າວຽງຈັນເຊັນເຕີແລະຫັກເອົາເປີເຊັນຕາມຍອດຂາຍເປັນຄ່າບໍລິຫານສູນການຄ້າ,ການຈັດງານວາງສະແດງເຊິ່ງເປັນກຳມະສິດພ້ອມທັງບໍລິຫານພື້ນທີ່ວາງສະແດງດ້ວຍການເກັບຄ່າເຊົ່າ,ການເກັບຄ່າເຊົ່າປ້າຍໂຄສະນາ, ການເກັບຄ່າເຊົ່າສຳນັກງານຫ້ອງການ.

    ໂດຍຜ່ານການສ້າງເປັນແບຣນຂອງຕົນ  ເພີ່ມປະສິດທິພາບໃນວຽກງານການບໍລິການ ປັບປຸງຮູບແບບການດຳເນີນທຸລະກິດ, ສູນການຄ້າ ແລະ ໍານັກງານຫ້ອງການໄດ້ດຶງດູດທຸລະກິດທີ່ມີຊື່ສຽງເຊັ່ນທະນາຄານແຫ່ງ ສປ ຈີນ, ຮ້ານກາເຟອາເມຊອນ,ຮ້ານມິນິໂຊ,ຮ້ານກະແລ້ມDQ, ແລະວິສາຫະກິດຕ່າງປະເທດຂະຫນາດໃຫຍ່ ເຊັ່ນບໍລິສັດລົດໄຟລາວຈີນ, ບໍລິສັດໄຟຟ້າເກົາຫລີ, ບໍລິສັດ ປະກັນໄພພຣຸເດັນໂຊ ໄດ້ເຂົ້າມາເຊົ່າພື້ນທີ່ຮ້ານຄ້າ ແລະ ອາຄານສຳນັກງານຂອງບໍລິສັດ ວຽງຈັນເຊີນເຕີ ລາວ ມະຫາຊົນ. ມາເຖິງປະຈຸບັນ ວຽງຈັນເຊີນເຕີ ໄດ້ສ້າງເປັນສູນກາງການຄ້າ ສູນກາງສຳນັກງານ ສູນກາງທາງດ້ານການເງິນ ແລະສູນກາງການຈັດງານວາງສະແດງສິນຄ້າໃນລາວ, ເປັນແບຣນສູນການຄ້າອັນດັບໜຶ່ງຢູ່ລາວ ແລະ ຕົວແບບການຮ່ວມມືຂອງລັດຖະບານສອງຊາດລາວ ຈີນ.


    ເພີ່ມສີ່ງທີມັກ:
      (0)
      ແບ່ງບັນ
      ທີ່ຜ່ານມາ: Work of the Board of Directors
      ໜ້າຕໍ່ໄປ: video
      • ຕິດຕໍ່ພົວພັນ
      • ສະຖານທີ:ບໍລິສັດ ວຽງຈັນເຊັນເຕີ ລາວ ມະຫາຊົນ ສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 30 ພະຈິກ
      • ໂທລະສັບ:+856 21 228299/+856 21 228000

      • Customer Service

       2025 - 2028 Copy Rights   滇ICP备20001912号-9
      Tech Support: FunCen;